ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ສ ເຊັກ ​ເພີ່ມ​ທະວີ​ສາຍ​ພົວພັນ​ ຍຸດ​ທະ​ສາດ​ຮອບດ້ານ

 


     ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້​ ວ່າ: ວັນ​ທີ 9 ມັງກອນ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ ໄດ້​ມີ​ການ​ພົບ​ປະ​ທາງ​ວິ​ດີ​ໂອ​ກັບ​ທ່ານ ເຊ​ແມນ ປະທານາທິບໍດີ​ສ.ເຊັກ ເພື່ອ ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກເຊິ່ງ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະເທດ ແລະ ປະສົບ​ການ​ດ້ານ​ການ​ປົກ ຄອງ-ການບໍລິຫານ ແລະ ຍົກ​ລະດັບ​ການ​ພົວພັນ ​ ຈີນ-ສ.ເຊັກ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ໃນ​ການ​ພົບ​ປະ​ດັ່ງກ່າວ, ທ່ານ ສີ​ຈິ້ນ​ຜິງ ຊີ້​ອອກ​ວ່າ, 10 ປີ​ມາ​ນີ້, ຜູ້ນຳ ຈີນ-ເຊັກ ໄດ້​ພົບ​ປະ ແລະ ສົນທະນາ​ທາງ​ໂທລະສັບ​ ຫຼາຍ​ຄັ້ງ, ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກເຊິ່ງ​ກ່ຽວ​ກັບ​ການ​ພົວ ພັນ​ລະຫວ່າງ​ສອງ​ປະ ເທດ ແລະ ປະສົບ​ການ​ດ້ານ​ການ​ປົກຄອງ, ເຊິ່ງ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຈີນ- ເຊັກ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທັງ​ສອງ​ໄດ້​ຮ່ວມ​ກັນ​ຊຸກ ຍູ້​ການ​ແລກປ່ຽນ​ດ້ານ​ເສດຖະ ກິດ-ການ​ຄ້າ​ລະຫວ່າງ​ສອງ​ປະ ເທດ, ວົງ​ເງິນ​ສົ່ງ​ອອກ​ຂອງ​ສາ ທາລະນະ​ລັດ ​ເຊັກ​ໄປ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເກືອບ​ສາມ​ເທົ່າ ໃນ​ປີ 2019, ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ຢ້ຽມຢາມ​ສາທາລະນະ​ລັດ​ເຊັກ​ໄດ້​ເພີ່ມ​ຂຶ້ນ ຫຼາຍເທົ່າ ເມື່ອ​ທຽບໃສ່​ປີ 2013. ຈີນ ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ການ​ພົວພັນ​ຈີນ-ເຊັກ, ຖື​ສາທາລະນະ​ລັດ​ເຊັກ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສຳຄັນ, ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ເຊັກ​​ເພື່ອ​ຊຸກຍູ້​ການ​ພັດທະນາ​ ການ​ພົວພັນ​ລະຫວ່າງ​ສອງ​ປະເທດ​ໃຫ້​ໝັ້ນຄົງ ແລະ ຍາວ​ນານ. ທ່ານ ເຊ​ແມນ ກ່າວ​ວ່າ: ທ່ານ​ເອງ​ເຫັນ​ດີ​ຢ່າງ​ເຕັມທີ່​ກັບ​ຄຳ​ເຫັນ​ຂອງ​ທ່ານ​ປະທານ​ປະເທດ ຈີນ ກ່ຽວ​ກັບ​ ການ​ພົວພັນ​ລະຫວ່າງ​ສອງ​ປະເທດ. ສາທາລະນະ​ລັດ​ເຊັກ​ຈະ​ຮັກສາ​ມິດຕະພາບ​ກັບ​ຈີນ​ຢ່າງ​ເລິກເຊິ່ງ ພ້ອມ​ທັງ​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງເຂດ​ ເສດຖະກິດ, ການ​ຄ້າ ແລະ ການ​ລົງທຶນ, ແກ້​ໄຂ​ຜົນ​ກະທົບ​ຈາກ​ພະຍາດລະບາດ ສາຍພັນ​ໃໝ່, ສືບຕໍ່​ພົບ​ປະ​ແລກ ປ່ຽນ​ບຸກ​ຄະລາ​ກອນ​ໃນການ​ພົວ ພັນ​ລະຫວ່າງ​ເຊັກ ​ແລະ ​ ຈີນ, ຍິນ​ດີ​ເລີ່ມບົດບາດຢ່າງ​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສະຫະພາບ​ເອີ​ຣົບ​ກັບ​ຈີນ​ອີກ​ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມ​ກອງທັບ